JavaScript ໃນ JSX ດ້ວຍວົງປີກກາ
JSX ໃຫ້ທ່ານຂຽນ markup ຄ້າຍ HTML ພາຍໃນຟາຍ JavaScript, ເຮັດໃຫ້ logic ການສະແດງຜົນ ແລະ ເນື້ອຫາຢູ່ໃນບ່ອນດຽວກັນ. ບາງເທື່ອທ່ານອາດຈະຕ້ອງການເພີ່ມ logic JavaScript ໜ້ອຍໜຶ່ງ ຫຼື ອ້າງອີງ dynamic property ພາຍໃນ markup ນັ້ນ. ໃນສະຖານະການນີ້, ທ່ານສາມາດໃຊ້ວົງປີກກາໃນ JSX ຂອງທ່ານເພື່ອເປີດໜ້າຕ່າງໄປຍັງ JavaScript.
You will learn
• ວິທີສົ່ງ string ດ້ວຍວົງຢືມ
• ວິທີອ້າງອີງຕົວແປ JavaScript ພາຍໃນ JSX ດ້ວຍວົງປີກກາ
• ວິທີເອີ້ນຟັງຊັ່ນ JavaScripot ພາຍໃນ JSX ດ້ວຍວົງປີກກາ
• ວີທີໃຊ້ object JavaScript ພາຍໃນ JSX ດ້ວຍວົງປີກກາ
ສົ່ງ string ດ້ວຍວົງຢືມ
ເມື່ອທ່ານຕ້ອງການສົ່ງ attribute string ໄປຍັງ JSX, ໃຫ້ໃສ່ເຄື່ອງໝາຍຂີດດຽວ ຫຼື ວົງຢືມ:
export default function Avatar() {
return (
ນີ້, "https://i.imgur.com/7vQD0fPs.jpg" ແລະ "Gregorio Y. Zara" ແມ່ນຖືກສົ່ງຜ່ານເປັນ string.
ແຕ່ຖ້າທ່ານຕ້ອງການລະບຸຂໍ້ຄວາມ src ຫຼື alt ແບບ dynamic ເດ? ທ່ານສາມາດ ໃຊ້ຄ່າຈາກ JavaScript ໂດຍແທນທີ່ " ແລະ " ດ້ວຍ { ແລະ }
export default function Avatar() {
const avatar = 'https://i.imgur.com/7vQD0fPs.jpg';
const description = 'Gregorio Y. Zara';
return (
ສັງເກດຄວາມແຕກຕ່າງລະຫວ່າງ className="avatar", ເຊິ່ງກຳນົດ class CSS "avatar" ທີ່ເຮັດໃຫ້ຮູບພາບມົນ, ແລະ src={avatar} ທີ່ອ່ານຄ່າຂອງຕົວແປ JavaScript ເອີ້ນວ່າ avatar. ນັ້ນເພາະວ່າວົງປີກກາເຮັດໃຫ້ທ່ານສາມາດເຮັດວຽກກັບ JavaScript ໃນ markup ຂອງທ່ານໄດ້!
ການນຳໃຊ້ວົງປີກກາ: ໜ້າຕ່າງສູ່ໂລກຂອງ JavaScript
JSX ແມ່ນວິທີການພິເສດໃນການຂຽນ JavaScript. ໝາຍຄວາມວ່າສາມາດໃຊ້ JavaScript ພາຍໃນໄດ້-ດ້ວຍວົງປີກກາ { }. ຕົວຢ່າງດ້ານລຸ່ມທຳອິດແມ່ນປະກາດຊື່ສຳລັບນັກວິທະຍາສາດ, name, ຈາກນັ້ນ embed ມັນດ້ວຍວົງປີກກາພາຍໃນ
export default function TodoList() {
const name = 'Gregorio Y. Zara';
return (
To Do List ຂອງ {name}
ລອງປ່ຽນຄ່າ name ຈາກ 'Gregorio Y. Zara' ເປັນ 'Hedy Lamarr'. ເບິ່ງວ່າລາຍການປ່ຽນແປງແນວໃດ?
Expression JavaScript ໃດໆຈະເຮັດວຽກລະຫວ່າງວົງປີກກາ, ລວມເຖິງການໃຊ້ຟັງຊັ່ນເຊັ່ນ formatDate():
const today = new Date();
function formatDate(date) {
return new Intl.DateTimeFormat(
'en-US',
{ weekday: 'long' }
).format(date);
export default function TodoList() {
return (
To Do List ສຳລັບ {formatDate(today)}
ບ່ອນໃຊ້ວົງປີກກາ
ທ່ານສາມາດໃຊ້ວົງປີກກາດ້ວຍ 2 ວິທີພາຍໃນ JSX ເທົ່ານັ້ນ:
1. ເປັນຂໍ້ຄວາມ ໂດຍກົງພາຍໃນແທັກ JSX:
To Do List ຂອງ {name}
ເຮັດວຽກ, ແຕ່ <{tag}>To Do List ຂອງ Gregorio Y. Zara </{tag}> ບໍ່ເຮັດວຽກ.
2. ເປັນ attributes ຕໍ່ທ້າຍດ້ວຍເຄື່ອງໝາຍ =: src={avatar} ຈະອ່ານຕົວແປ avatar, ແຕ່ src="{avatar}" ຈະສົ່ງ string "{avatar}".
ການໃຊ້ “ວົງປີກກາຄູ່”: CSS ແລະ object ອື່ນໃນ JSX
ນອກຈາກ string, number ແລະ expression JavaScript ອື່ນແລ້ວ, ທ່ານສາມາດສົ່ງ object ໃນ JSX. Object ສະແດງດ້ວຍວົງປີກກາເຊັ່ນ { name: "Hedy Lamarr", inventions: 5 }. ດັ່ງນັ້ນ, ເພື່ອສົ່ງ Object JS ໃນ JSX, ທ່ານຕ້ອງໄດ້ລວມ object ໃນດ້ວຍວົງປີກກາອື່ນ: person={{ name: "Hedy Lamarr", inventions: 5 }}.
ທ່ານອາດເຫັນສິ່ງນີ້ດ້ວຍ inline CSS style ໃນ JSX. React ບໍ່ຕ້ອງການໃຫ້ທ່ານໃຊ້ inline style (class CSS ເຮັດວຽກໄດ້ດີກັບກໍລະນີສ່ວນຫຼາຍ). ແຕ່ເມື່ອທ່ານຕ້ອງການ inline style, ທ່ານສົ່ງ object ໄປຫາ attribute style:
export default function TodoList() {
return (
ປັບປຸງວີດີໂອໂຟນ
ກຽມບັນຍາຍການບິນ
ເຮັດວຽກນຳເຄື່ອງຈັກທີ່ໃຊ້ alcohol ເປັນເຊື້ອໄຟ
ລອງປ່ຽນແປງຄ່າ backgroundColor ແລະ color.
ທ່ານສາມາດເຫັນ object JavaScript ພາຍໃນວົງປີກກາເມື່ອທ່ານຂຽນມັນປະມານນີ້:
ຄັ້ງຕໍ່ໄປທ່ານຈະເຫັນ {{ ແລະ }} ໃນ JSX, ຮູ້ວ່າມັນບໍ່ມີຫຍັງຫຼາຍໄປກວ່າ object ພາຍໃນວົງປີກກາ JSX!
Pitfall
Inline style properties ແມ່ນຖືກຂຽນແບບ camelCase. ຕົວຢ່າງ, HTML
ມ່ວນຂື້ນຕື່ມດ້ວຍ object JavaScript ແລະ ວົງປີກກາ
ທ່ານສາມາດຍ້າຍຫຼາຍ expression ໄປໄວ້ໃນໜຶ່ງ object, ແລະ reference ໃນ JSX ພາຍໃນວົງປີກກາ:
const person = {
name: 'Gregorio Y. Zara',
theme: {
backgroundColor: 'black',
color: 'pink'
export default function TodoList() {
return (
Todos ຂອງ {person.name}
ປັບປຸງວີດີໂອໂຟນ
ກຽມບັນຍາຍການບິນ
ເຮັດວຽກນຳເຄື່ອງຈັກທີ່ໃຊ້ alcohol ເປັນເຊື້ອໄຟ
ໃນຕົວຢ່າງນີ້, object JavaScript person ປະກອບມີ string name ແລະ object theme:
const person = {
name: 'Gregorio Y. Zara',
theme: {
backgroundColor: 'black',
color: 'pink'
Component ສາມາດໃຊ້ຄ່າເຫຼົ່ານີ້ຈາກ person ເຊັ່ນ:
Todos ຂອງ {person.name}
JSX ເປັນພາສາ template ທີ່ນ້ອຍຫຼາຍເພາະວ່າມັນຊ່ວຍໃຫ້ທ່ານຈັດລະບຽບຂໍ້ມູນ ແລະ logic ໂດຍໃຊ້ JavaScript.
Recap
ຕອນນີ້ທ່ານຮູ້ເກືອບໝົດທຸກຢ່າງກ່ຽວກັບ JSX ແລ້ວ:
• attribute JSX ພາຍໃນວົງຢືມແມ່ນຖືກສົ່ງຜ່ານເປັນ string.
• ວົງປີກກາຊ່ວຍໃຫ້ທ່ານນຳ logic JavaScript ແລະ ຕົວແປໃສ່ໃນ markup ຂອງທ່ານ.
• ເຮັດວຽກໃນເນື້ອຫາແທັກ JSX ຫຼື ເຮັດວຽກທັນທີຫຼັງຈາກ = ໃນ attribute.
• {{ ແລະ }} ບໍ່ແມ່ນ special syntax: ມັນເປັນ object JavaScript ທີ່ເຊື່ອງຢູ່ໃນວົງປີກກາ JSX.
Challenge 1 of 3:
ແກ້ໄຂຂໍ້ຜິດພາດ
Code ນີ້ມັນພັງດ້ວຍຂໍ້ຜິດພາດ ແລະ ເວົ້າວ່າ Objects are not valid as a React child:
const person = {
name: 'Gregorio Y. Zara',
theme: {
backgroundColor: 'black',
color: 'pink'
export default function TodoList() {
return (
Todos ຂອງ {person}
ປັບປຸງວີດີໂອໂຟນ
ກຽມບັນຍາຍການບິນ
ເຮັດວຽກນຳເຄື່ອງຈັກທີ່ໃຊ້ alcohol ເປັນເຊື້ອໄຟ
ທ່ານພົບບັນຫາບໍ່?